55 ຄວາມຮັບຜິດຊອບທາງອາຍາຂອງເດັກ 55 ຄວາມຮັບຜິດຊອບທາງອາຍາຂອງເດັກ

55 ຄວາມຮັບຜິດຊອບທາງອາຍາຂອງເດັ‪ກ‬

Publisher Description

ສ້າງຄວາມເຂົ້າໃຈກ່ຽວກັບກົດໝາຍລາວ ເພື່ອຍົກສູງສະຕິຄເຄົາລົບກົດໝາຍ ໃຫ້ປະຕິບັດກົດໝາຍໄດ້ຢ່າງຖືກຕ້ອງ ຊຶ່ງສ່ວນຫຼາຍຂ້າພະເຈົ້ານຳສະເໜີກ່ຽວກັບກົດໝາຍທີ່ກ່ຽວຂ້ອງກັບຊີວິດປະຈໍາວັນ.

ເນື້ອຫາທີ່ສະເໜີໃນແຕ່ລະບົດຄວາມນັ້ນອາດຈະມີຄວາມຫຍຸ້ງຍາກ ຫຼື ສັບສົນ ຂໍໃຫ້ທ່ານຜູ້ອ່ານໄດ້ ຖາມຕື່ມອີກເພື່ອຄວາມເຂົ້າໃຈຢ່າງຈະແຈ້ງ ແລະຂ້າພະເຈົ້າກໍຂໍອະໄພລ່ວງໜ້າຖ້າເນື້ອຫາໃນແຕ່ລະບົດອາດຈະແຕະຕ້ອງ ຫຼື ພົວພັນກັບບັນຫາຕົວຈິງທີ່ເກີດຂຶ້ນ ກໍລະນີສຶກສາທີ່ຍົກຂຶ້ນມາໃນແຕ່ລະບົດແມ່ນເພື່ອໃຊ້ເປັນຕົວຢ່າງເພື່ອອະທິບາຍເນື້ອໃນກົດໝາຍໃຫ້ມີຄວາມເຂົ້າໃຈຍິ່ງຂຶ້ນ ໂດຍປາສະຈາກເຈດຕະນາທີ່ຈະລ່ວງເກີນສິດສ່ວນບຸກຄົນຂອງທ່ານຜູ້ອ່ານ (ກໍລະນີສຶກສາທີ່ກ່າວມາໃນແຕ່ລະບົດສ່ວນຫຼາຍແລ້ວແມ່ນໄດ້ຮັບອະນຸຍາດຈາກເຈົ້າຂອງຄຳຖາມ ຫຼື ຜູ້ທີ່ສົນໃຈໃນບັນຫາກົດໝາຍແລ້ວ).

ຂ້າພະເຈົ້າຫວັງຢ່າງຍິ່ງວ່າແຕ່ລະບົດທີ່ນຳສະເໜີນີ້ຈະມີບໍ່ໂຫຍດບໍ່ຫຼາຍກໍໜ້ອຍ ແລະ ຫວັງຢ່າງຍິ່ງວ່າທ່ານຜູ້ອ່ານຈະໃຫ້ອະໄພ ຖ້າຫາກວ່າມີການລະເມີດ ຫຼືລ່ວງເກີນສິດຂອງທ່ານຕາມທີ່ກ່າວມາແລ້ວນັ້ນ, ຂ້າພະເຈົ້າຂໍຂອບໃຈລ່ວງໜ້າຕໍ່ຄຳເຫັນຕ່າງໆທີ່ຊ່ວຍປັບປຸງເຮັດໃຫ້ການນຳສະເໜີເລື່ອງກົດໝາຍໃກ້ໂຕ ສາມາດເຂົ້າເຖິງທ່ານໄດ້ຫຼາຍຂຶ້ນ.

GENRE
Professional & Technical
RELEASED
2020
January 3
LANGUAGE
EN
English
PUBLISHER
ຂ້າພະເຈົ້າເອງ
SELLER
Nalonglith Norasing
SIZE
885.3
KB